ຕົ້ນໄມ້ຂອງຊາຍສວນ
ໂດຍ: ບຸນພອນ ແກ້ວມະນີວົງ
▪ໂອດອກໄມ້ ງົດງາມ ດູສະຫວາດ
ມິບັງອາດ ເດັດດອມ ຕາມປະສົງ
ຈິດໃຈຫວັ່ນ ເຝົ້າຝັນ ພະວາວົງ
ຫາອານົງ ດອກໄມ້ ໃນດວງຕາ
▪ການເວລາ ຜ່ານພົ້ນ 8ເດືອນກ່ວາ
ດີຫຼືຊົ່ວ ຮ່ວມກັນຜ່ານ ຕາມໃຈຫວັງ
ແມ້ເສັ້ນທາງ ທຸເລ ຮົກລຸງລັງ
ຍັງຖາກຖາງ ຖະໜອມ ຖ່ອມວາຈາ
▪ໂອຄວາມຮັກ ຂອງຊາຍ ຕໍ່ດອກໄມ້
ບໍ່ເສື່ອມຄາຍ ເລືອນລາງ ຈາງຫ່າງເຫີນ
ຍັງໝັ້ນຄົງ ທຸກຄັ້ງ ແມ້ກ້າວເດີນ
ຄອຍແຕ່ງເຕີມ ດອກຮັກ ໃນດວງໃຈ
▪ມີມື້ໜຶ່ງ ມີຄຳສັ່ງ ຈາກນາງຟ້າ
ໃຫ້ລົງມາ ຕັດມະລິ ຂອງຊາຍສວນ
ຈິດໃຈຫວັ່ນ ວ້າງເວ ຈົນພະຈວນ
ໂອຊາຍສວນ ຈະຄົງຢູ່ ໄດ້ຢ່າງໃດ
▪ເມື່ອຕັດແລ້ວ ສາຍໃຍ ຄົງຕ້ອງຂາດ
ມິບັງອາດ ຂັດຂືນ ຕາມໃຈໝາຍ
ເຮົາຜູ້ນ້ອຍ ຕ້ອງເຊື່ອຟັງ ຄຳເຈົ້ານາຍ
ເພິ່ນສັ່ງໄວ້ ເຮົາຕ້ອງທຳ ຕາມບັນຊາ
▪ໃຈຊາຍສວນ ຢາກໂອບກອດ ດອກໄມ້ໄວ້
ແຕ່ລະອາຍ ຄົນປູກ ເພິ່ນຮັກສາ
ເຮົາພຽງຄົນ ບົວລະບັດ ໜ້ອຍເວລາ
ໝົດປັນຍາ ຈະຮັກສາ ດອກໄມ້ງາມ
▪ຈຶ່ງມາທ່ອງ ຄຳວ່າ ເສຍສະຫຼະ
ເພາະເວລາ ເຮົາລ້ຽງດູ ໜ້ອຍກ່ວາເຂົາ
ຕ້ອງຍອມແພ້ ຄົນປູກ ອົດທົນເອົາ
ເພາະເຮົາພຽງ ຄົນແຕ່ງເຕີມ ເສີມເວລາ...
ເຂົ້າໄປເບິ່ງກອນແບບຕ່າງໆໄດ້ທີ່ນີ້
bounphone.blogspot.com
ไม่มีความคิดเห็น:
แสดงความคิดเห็น