ສານຮັກເຖິງຍິງ
ໂດຍ: ບຸນພອນ ແກ້ວມະນີວົງ
ຊາຍຂໍວາຈາຕ້ານ ສານຮັກຈາກຍິງສາວ
ບ່າວຂໍໄຂວາຈາ ຕໍ່ພະນາງທາງນັ້ນ
ເຖິງວັນເດືອນເຄື່ອນຍ້າຍ ໃຈຊາຍບໍ່ເຄີຍປ່ຽນ
ຖະໜອມພຽນທ່ຽງໝັ້ນ ນິລັນເທົ້າຊົ່ວຊີວີ.
ໃນພະໄທພີ່ນີ້ ບໍ່ມີສິ່ງບັນດານຈິດ
ຄິດອາໄລໄຝ່ຫາ ລູກປະຊາຊາວເຊື້ອ
ເໜືອຄຳບັນຍາຍໄວ້ ປະພັນກອນຊ້ອນວາດ
ປະກາດແປງແຕ່ງແຕ້ມ ສະແຫວງໄວ້ຄູ່ຊູ່ອັນ ກ່ອນນາ.
ຊາຍຂໍວາຈາເວົ້າ ປະພັນສານເປັນບົດກອນ
ອອນຊອນເດແອວບາງ ຮູບງາມນາມລົ້ນ
ຄົນວົນວຽນຮ່ວມຫ້ອງ ນວນລະອອງຄອງຄູ່
ຢູ່ຄູ່ດິນຄູ່ຟ້າ ນະພາກ້ວາງສ່ວາງມະໂນ.
ອັນວ່າຕົວພີ່ນີ້ ບໍ່ມີສິ່ງພັນອັນ
ບໍ່ມີພັນລາຄາ ເງິນຄຳກຳແກ້ວ
ແນວວ່າຊາຍໃຈໝັ້ນ ບໍ່ມີອັນປານປຽບ
ແມ່ນຊິທຽບປຽບຟ້າ ນະພາກ້ວາງກໍ່ບໍ່ປານ ດອກນາ.
ไม่มีความคิดเห็น:
แสดงความคิดเห็น