ໂທດຂອງຫວຍ
ໂດຍ: ບຸນພອນ ແກ້ວມະນີວົງ
♤ສັງຄົມເຮົາຍຸກນີ້ ບໍ່ຄືຍຸກກ່ອນຫຼັງ
ຫວຍຂູດກຳລັງດັງ ຫຼັ່ງນິຍົມກັນຫຼິ້ນ
ເອົາຄວາມຝັນມາແປປີ້ນ ເປັນບັນຫາຍອດເດັ່ນ
ບໍ່ຕ້ອງອາໄສເສັ້ນ ກະລວຍໄດ້ດັ່ງຫວັງ
♤ນັບແຕ່ຫວຍກໍ່ຕັ້ງ ທຸກຢ່າງກະສັບສົນ
ບໍ່ວ່າລວຍຫຼືຈົນ ທຸ້ມໄປບໍ່ເຄີຍອັ້ນ
ຢາກຈະລວຍເງິນລ້ານ ພຽງວັນດຽວຄືໄຝ່
ແຕ່ວ່າໂຊກບໍ່ໃຫ້ ເລີຍໄດ້ແຕ່ເປົ່າດາຍ
♤ຫຼາຍຄົນທຸກຍາກໄຮ້ ເພາະໂຍນໃສ່ນຳແຕ່ຫວຍ
ຈາກທີ່ເປັນຄົນລວຍ ຄົນທັງເມືອງນັບຖືໜ້າ
ດຽວນີ້ຫວຍປ່ຽນຟ້າ ຊາວປະຊາຈົນຊ່າ
ວ່າຄົນລວຍລົ້ນຟ້າ ເປັນຂີ້ຂ້າຂ້າງຖະໜົນ
♤ບໍ່ສະເໝີທຸກສົ້ນ ຄົນໃດໂຊກລາບມີ
ໄດ້ກາຍເປັນເສດຖີ ກໍ່ຫາກມີຈິງແທ້
ແຕ່ຈັ່ງໃດກະຂໍແກ້ ບໍ່ຢາກໃຫ້ຝັນໄຝ່
ເພາະຄົນທຸກຊັກໄຊ້ ຫຼາຍແທ້ກ່ວາຄົນລວຍ...
ທ່ານສາມາດເຂົ້າໄປອ່ານກອນແບບຕ່າງໆໄດ້ທີ່ນີ້👇