วันศุกร์ที่ 24 กุมภาพันธ์ พ.ศ. 2560

กลอนลาว

                ກອນແປດ
            ຄວາມທຸກຂອງແມ່

                  ໂດຍ: ບຸນພອນ ແກ້ວມະນີວົງ

● ຄຳວ່າແມ່      ສຸດແຄນ     ແສນລຳບາກ
ຍອມທຸກຍາກ    ໃຫ້ລູກຊາຍ   ໄດ້ຮຽນສູງ
ຈິດໃຈໝັ້ນ         ໃຫ້ລູກຕົນ    ເຖິງຫຼັກທຸງ
ຄອຍພະຍູງ        ເປັນເສົາຄ້ຳ   ກຳແມ່ເອີຍ
● ເຖິງຍາມນອນ ແມ່ນອນ      ບໍ່ຫົ່ມຜ້າ
ໃຫ້ບຸດຕາ          ຜ້າຫົ່ມ          ພົມຜືນໜາ
ຄອຍໄລ່ຍຸງ        ໄລ່ຮີ້ນ        ກ່ອມດວງຕາ
ພາວະນາ           ໃຫ້ລູກນີ້      ໄດ້ຢູ່ເຢັນ
● ເວນກຳໃດ      ລູກຊາຍ      ສັງດື້ດ້ານ
ບໍ່ເອົາການ        ຮຽນຮ່ຳ       ຕາມແມ່ຫວັງ
ເຂົ້າຮ້ານນ້ອຍ    ໄຟແສງສີ     ມືດລຸງລັງ
ຊີວິດພັງ          ຍ້ອນເສບຢາ  ບ້າໂຕດຽວ
● ທຽວຂໍເງິນ   ນຳແມ່           ບໍ່ໄດ້ຂາດ
ສຸດຈະບາດ      ດວງໃຈ         ແມ່ໜັກໜາ
ແມ່ຫາເງິນ      ດ້ວຍຢາດເຫື່ອ ລ້ຽງເຈົ້າມາ
ເຈົ້າຕິດຢາ       ໂອນ້ຳຕາ         ແມ່ຫຼັ່ງລິນ
● ສິ້ນແລ້ວນໍ   ອະນາຄົດ       ຂອງລູກຫຼ້າ
ຄອຍເສບຢາ    ຂໍເງິນແມ່       ບໍ່ຖະໜອມ
ແມ່ບໍ່ໃຫ້        ຂົ່ມເຫງແມ່     ຈຳຕ້ອງຍອມ
ຕີຕ່ອຍພ້ອມ    ທັງຂ້າຟັນ        ແມ່ມານດາ
● ແມ່ຕາຍແລ້ວ ທາງລູກຊາຍ  ຍັງສືບຕໍ່
ບໍ່ຄິດພໍ້            ເຖິງຄຳສອນ    ແມ່ເລີຍໜາ
ແຕ່ລະມື້         ທຽວປຸ້ນຈີ້       ຊາວປະຊາ
ຍ້ອນຢາບ້າ      ຂ້າແມ່ຕົນ        ໄດ້ລົງຄໍ
● ໂອລະນໍ      ທາງແມ່        ແສນໂສກເສົ້າ
ສຸດຫງ່ວມເຫງົາ ຢູ່ໃນໂລກ    ອັນໝົ່ນໝອງ
ບໍ່ເຄີຍແຄ້ນ     ຫຼືໂກດເຄືອງ  ຄອຍປະຄອງ
ລູກໃນທ້ອງ     ຈະລືມສິ້ນ     ໄດ້ຢ່າງໃດ...

ไม่มีความคิดเห็น:

แสดงความคิดเห็น