วันพุธที่ 12 กรกฎาคม พ.ศ. 2560

ກາບ8

                               ກາບ8
                         ໂທດຂອງຫວຍ
                                          ໂດຍ: ບຸນພອນ ແກ້ວມະນີວົງ

♤ສັງຄົມເຮົາຍຸກນີ້                 ບໍ່ຄືຍຸກກ່ອນຫຼັງ
 ຫວຍຂູດກຳລັງດັງ                 ຫຼັ່ງນິຍົມກັນຫຼິ້ນ
 ເອົາຄວາມຝັນມາແປປີ້ນ         ເປັນບັນຫາຍອດເດັ່ນ
 ບໍ່ຕ້ອງອາໄສເສັ້ນ                   ກະລວຍໄດ້ດັ່ງຫວັງ
♤ນັບແຕ່ຫວຍກໍ່ຕັ້ງ               ທຸກຢ່າງກະສັບສົນ
 ບໍ່ວ່າລວຍຫຼືຈົນ                      ທຸ້ມໄປບໍ່ເຄີຍອັ້ນ
 ຢາກຈະລວຍເງິນລ້ານ            ພຽງວັນດຽວຄືໄຝ່
 ແຕ່ວ່າໂຊກບໍ່ໃຫ້                     ເລີຍໄດ້ແຕ່ເປົ່າດາຍ
♤ຫຼາຍຄົນທຸກຍາກໄຮ້            ເພາະໂຍນໃສ່ນຳແຕ່ຫວຍ
 ຈາກທີ່ເປັນຄົນລວຍ               ຄົນທັງເມືອງນັບຖືໜ້າ
 ດຽວນີ້ຫວຍປ່ຽນຟ້າ               ຊາວປະຊາຈົນຊ່າ
 ວ່າຄົນລວຍລົ້ນຟ້າ                  ເປັນຂີ້ຂ້າຂ້າງຖະໜົນ
♤ບໍ່ສະເໝີທຸກສົ້ນ                  ຄົນໃດໂຊກລາບມີ
 ໄດ້ກາຍເປັນເສດຖີ                 ກໍ່ຫາກມີຈິງແທ້
 ແຕ່ຈັ່ງໃດກະຂໍແກ້                 ບໍ່ຢາກໃຫ້ຝັນໄຝ່
 ເພາະຄົນທຸກຊັກໄຊ້               ຫຼາຍແທ້ກ່ວາຄົນລວຍ...
                 
         ທ່ານສາມາດເຂົ້າໄປອ່ານກອນແບບຕ່າງໆໄດ້ທີ່ນີ້👇
            Www.bounphone.blogspot.com