วันพุธที่ 12 กรกฎาคม พ.ศ. 2560

ກາບ8

                               ກາບ8
                         ໂທດຂອງຫວຍ
                                          ໂດຍ: ບຸນພອນ ແກ້ວມະນີວົງ

♤ສັງຄົມເຮົາຍຸກນີ້                 ບໍ່ຄືຍຸກກ່ອນຫຼັງ
 ຫວຍຂູດກຳລັງດັງ                 ຫຼັ່ງນິຍົມກັນຫຼິ້ນ
 ເອົາຄວາມຝັນມາແປປີ້ນ         ເປັນບັນຫາຍອດເດັ່ນ
 ບໍ່ຕ້ອງອາໄສເສັ້ນ                   ກະລວຍໄດ້ດັ່ງຫວັງ
♤ນັບແຕ່ຫວຍກໍ່ຕັ້ງ               ທຸກຢ່າງກະສັບສົນ
 ບໍ່ວ່າລວຍຫຼືຈົນ                      ທຸ້ມໄປບໍ່ເຄີຍອັ້ນ
 ຢາກຈະລວຍເງິນລ້ານ            ພຽງວັນດຽວຄືໄຝ່
 ແຕ່ວ່າໂຊກບໍ່ໃຫ້                     ເລີຍໄດ້ແຕ່ເປົ່າດາຍ
♤ຫຼາຍຄົນທຸກຍາກໄຮ້            ເພາະໂຍນໃສ່ນຳແຕ່ຫວຍ
 ຈາກທີ່ເປັນຄົນລວຍ               ຄົນທັງເມືອງນັບຖືໜ້າ
 ດຽວນີ້ຫວຍປ່ຽນຟ້າ               ຊາວປະຊາຈົນຊ່າ
 ວ່າຄົນລວຍລົ້ນຟ້າ                  ເປັນຂີ້ຂ້າຂ້າງຖະໜົນ
♤ບໍ່ສະເໝີທຸກສົ້ນ                  ຄົນໃດໂຊກລາບມີ
 ໄດ້ກາຍເປັນເສດຖີ                 ກໍ່ຫາກມີຈິງແທ້
 ແຕ່ຈັ່ງໃດກະຂໍແກ້                 ບໍ່ຢາກໃຫ້ຝັນໄຝ່
 ເພາະຄົນທຸກຊັກໄຊ້               ຫຼາຍແທ້ກ່ວາຄົນລວຍ...
                 
         ທ່ານສາມາດເຂົ້າໄປອ່ານກອນແບບຕ່າງໆໄດ້ທີ່ນີ້👇
            Www.bounphone.blogspot.com

วันศุกร์ที่ 24 กุมภาพันธ์ พ.ศ. 2560

กลอนลาว

                ກອນແປດ
            ຄວາມທຸກຂອງແມ່

                  ໂດຍ: ບຸນພອນ ແກ້ວມະນີວົງ

● ຄຳວ່າແມ່      ສຸດແຄນ     ແສນລຳບາກ
ຍອມທຸກຍາກ    ໃຫ້ລູກຊາຍ   ໄດ້ຮຽນສູງ
ຈິດໃຈໝັ້ນ         ໃຫ້ລູກຕົນ    ເຖິງຫຼັກທຸງ
ຄອຍພະຍູງ        ເປັນເສົາຄ້ຳ   ກຳແມ່ເອີຍ
● ເຖິງຍາມນອນ ແມ່ນອນ      ບໍ່ຫົ່ມຜ້າ
ໃຫ້ບຸດຕາ          ຜ້າຫົ່ມ          ພົມຜືນໜາ
ຄອຍໄລ່ຍຸງ        ໄລ່ຮີ້ນ        ກ່ອມດວງຕາ
ພາວະນາ           ໃຫ້ລູກນີ້      ໄດ້ຢູ່ເຢັນ
● ເວນກຳໃດ      ລູກຊາຍ      ສັງດື້ດ້ານ
ບໍ່ເອົາການ        ຮຽນຮ່ຳ       ຕາມແມ່ຫວັງ
ເຂົ້າຮ້ານນ້ອຍ    ໄຟແສງສີ     ມືດລຸງລັງ
ຊີວິດພັງ          ຍ້ອນເສບຢາ  ບ້າໂຕດຽວ
● ທຽວຂໍເງິນ   ນຳແມ່           ບໍ່ໄດ້ຂາດ
ສຸດຈະບາດ      ດວງໃຈ         ແມ່ໜັກໜາ
ແມ່ຫາເງິນ      ດ້ວຍຢາດເຫື່ອ ລ້ຽງເຈົ້າມາ
ເຈົ້າຕິດຢາ       ໂອນ້ຳຕາ         ແມ່ຫຼັ່ງລິນ
● ສິ້ນແລ້ວນໍ   ອະນາຄົດ       ຂອງລູກຫຼ້າ
ຄອຍເສບຢາ    ຂໍເງິນແມ່       ບໍ່ຖະໜອມ
ແມ່ບໍ່ໃຫ້        ຂົ່ມເຫງແມ່     ຈຳຕ້ອງຍອມ
ຕີຕ່ອຍພ້ອມ    ທັງຂ້າຟັນ        ແມ່ມານດາ
● ແມ່ຕາຍແລ້ວ ທາງລູກຊາຍ  ຍັງສືບຕໍ່
ບໍ່ຄິດພໍ້            ເຖິງຄຳສອນ    ແມ່ເລີຍໜາ
ແຕ່ລະມື້         ທຽວປຸ້ນຈີ້       ຊາວປະຊາ
ຍ້ອນຢາບ້າ      ຂ້າແມ່ຕົນ        ໄດ້ລົງຄໍ
● ໂອລະນໍ      ທາງແມ່        ແສນໂສກເສົ້າ
ສຸດຫງ່ວມເຫງົາ ຢູ່ໃນໂລກ    ອັນໝົ່ນໝອງ
ບໍ່ເຄີຍແຄ້ນ     ຫຼືໂກດເຄືອງ  ຄອຍປະຄອງ
ລູກໃນທ້ອງ     ຈະລືມສິ້ນ     ໄດ້ຢ່າງໃດ...

วันอังคารที่ 3 มกราคม พ.ศ. 2560

ກອນລາວ

                      ບົດກອນ: ເທີດທູນບຸນຄຸນພັກ
                                      ໂດຍ: ບຸນພອນ ແກ້ວມະນີວົງ

     ດິນລາວຂາວຜ່ອງແຈ້ງ          ອຸດົມຮັ່ງເຮືອງສີ
ມີໝູ່ມານລາວີ                            ພັງທະລາຍມາຍມ້າງ
ຂັດຂວາງທາງນຳຊີ້                     ທໍລະນີປີ້ປົ່ນ
ເຫັນຄົນເປັນສັດລ້ຽງ                  ສູນສ້ຽງໝູ່ປະຊາ
     ເຂັນຂ້າຄົນຂັດຄ້ານ                ບໍ່ຮຽງຮ່ວມເຫັນດີ
ເພີ່ມທະວີກຳລັງ                         ໝູ່ພານມານຮ້າຍ
ຫຼາຍອົງຈັກກະພັດແລ້ວ             ເຂົ້າມາໝູນປ່ຽນ
ຕີຂ້ຽນຄົນລາວກ້າ                      ໃຫ້ກົວຢ້ານສັ່ນໜີ
     ຍ້ອນມີພັກຕໍ່ຕ້ານ                  ຕີຮ່ວມປະຊາຊົນ
ຄົ້ນຄິດຫາຊ່ອງທາງ                    ປິ່ນປົວເມືອງບ້ານ
ໄລ່ໝູ່ມານຝີເຝດຮ້າຍ                 ໃຫ້ຫ່າງໄກໄລຈາກ
ຕໍ່ສູ້ລຳບາກລົ້ນ                     ຈົນໄດ້ຊະນະມານ ແທ້ແລ້ວ
     ແນວທາງໃສແຈ່ມແຈ້ງ          ການນຳທີ່ສ່ອງໃສ
ພັກຄືທວນໄຟເຍືອງທາງ             ໃຫ້ໝູ່ຄົນທັງຄ້າຍ
ໃຕ້ທຸງພັກສີແດງກ້າ                    ລາວມີໄຊສະຫງ່າ
ທຸງລາວສູງພຽງຟ້າ                      ເບັ່ງອ້າບາລະມີ
     ຄວາມດີຈາລຶກໄວ້                 ຍັງຈຳຈື່ບໍ່ມີສູນ
ຂໍເທີດທູນບຸນຄຸນພັກ                 ທົ່ວປະຊາຂໍນອບນ້ອມ
ຂໍຖະໜອມບຸນຄຸນເຈົ້າ               ໃຫ້ໝັ້ນຄົງສະຖຽນທ່ຽງ
ຄຽງຄູ່ດິນແລະຟ້າ                     ທົ່ວຫຼ້າປັດຕະພີ ເຈົ້າເອີຍ

     ກອນປະກອບບົດຟ້ອນເທີດທູນບຸນຄຸນພັກໄດ້ລາງວັນທີ 1 ທີ່ວິທະຍາໄລຄູບ້ານເກິນ
         
                   ຕິດຕາມກອນແບບຕ່າງໆໄດ້ທີ່
                   Bounphone.blogspot.com

ກອນລາວ

                 ບົດກອນ: ເທີດທູນບຸນຄຸນພັກ
                                      ໂດຍ: ບຸນພອນ ແກ້ວມະນີວົງ

     ດິນລາວຂາວຜ່ອງແຈ້ງ          ອຸດົມຮັ່ງເຮືອງສີ
ມີໝູ່ມານລາວີ                            ພັງທະລາຍມາຍມ້າງ
ຂັດຂວາງທາງນຳຊີ້                     ທໍລະນີປີ້ປົ່ນ
ເຫັນຄົນເປັນສັດລ້ຽງ                  ສູນສ້ຽງໝູ່ປະຊາ
     ເຂັນຂ້າຄົນຂັດຄ້ານ                ບໍ່ຮຽງຮ່ວມເຫັນດີ
ເພີ່ມທະວີກຳລັງ                         ໝູ່ພານມານຮ້າຍ
ຫຼາຍອົງຈັກກະພັດແລ້ວ             ເຂົ້າມາໝູນປ່ຽນ
ຕີຂ້ຽນຄົນລາວກ້າ                      ໃຫ້ກົວຢ້ານສັ່ນໜີ
     ຍ້ອນມີພັກຕໍ່ຕ້ານ                  ຕີຮ່ວມປະຊາຊົນ
ຄົ້ນຄິດຫາຊ່ອງທາງ                    ປິ່ນປົວເມືອງບ້ານ
ໄລ່ໝູ່ມານຝີເຝດຮ້າຍ                 ໃຫ້ຫ່າງໄກໄລຈາກ
ຕໍ່ສູ້ລຳບາກລົ້ນ                     ຈົນໄດ້ຊະນະມານ ແທ້ແລ້ວ
     ແນວທາງໃສແຈ່ມແຈ້ງ          ການນຳທີ່ສ່ອງໃສ
ພັກຄືທວນໄຟເຍືອງທາງ             ໃຫ້ໝູ່ຄົນທັງຄ້າຍ
ໃຕ້ທຸງພັກສີແດງກ້າ                    ລາວມີໄຊສະຫງ່າ
ທຸງລາວສູງພຽງຟ້າ                      ເບັ່ງອ້າບາລະມີ
     ຄວາມດີຈາລຶກໄວ້                 ຍັງຈຳຈື່ບໍ່ມີສູນ
ຂໍເທີດທູນບຸນຄຸນພັກ                 ທົ່ວປະຊາຂໍນອບນ້ອມ
ຂໍຖະໜອມບຸນຄຸນເຈົ້າ               ໃຫ້ໝັ້ນຄົງສະຖຽນທ່ຽງ
ຄຽງຄູ່ດິນແລະຟ້າ                     ທົ່ວຫຼ້າປັດຕະພີ ເຈົ້າເອີຍ

     ກອນປະກອບບົດຟ້ອນເທີດທູນບຸນຄຸນພັກໄດ້ລາງວັນທີ 1 ທົ່ວວິທະຍາໄລຄູບ້ານເກິນ