ບົດກອນ: ເທີດທູນບຸນຄຸນພັກ
ໂດຍ: ບຸນພອນ ແກ້ວມະນີວົງ
ດິນລາວຂາວຜ່ອງແຈ້ງ ອຸດົມຮັ່ງເຮືອງສີ
ມີໝູ່ມານລາວີ ພັງທະລາຍມາຍມ້າງ
ຂັດຂວາງທາງນຳຊີ້ ທໍລະນີປີ້ປົ່ນ
ເຫັນຄົນເປັນສັດລ້ຽງ ສູນສ້ຽງໝູ່ປະຊາ
ເຂັນຂ້າຄົນຂັດຄ້ານ ບໍ່ຮຽງຮ່ວມເຫັນດີ
ເພີ່ມທະວີກຳລັງ ໝູ່ພານມານຮ້າຍ
ຫຼາຍອົງຈັກກະພັດແລ້ວ ເຂົ້າມາໝູນປ່ຽນ
ຕີຂ້ຽນຄົນລາວກ້າ ໃຫ້ກົວຢ້ານສັ່ນໜີ
ຍ້ອນມີພັກຕໍ່ຕ້ານ ຕີຮ່ວມປະຊາຊົນ
ຄົ້ນຄິດຫາຊ່ອງທາງ ປິ່ນປົວເມືອງບ້ານ
ໄລ່ໝູ່ມານຝີເຝດຮ້າຍ ໃຫ້ຫ່າງໄກໄລຈາກ
ຕໍ່ສູ້ລຳບາກລົ້ນ ຈົນໄດ້ຊະນະມານ ແທ້ແລ້ວ
ແນວທາງໃສແຈ່ມແຈ້ງ ການນຳທີ່ສ່ອງໃສ
ພັກຄືທວນໄຟເຍືອງທາງ ໃຫ້ໝູ່ຄົນທັງຄ້າຍ
ໃຕ້ທຸງພັກສີແດງກ້າ ລາວມີໄຊສະຫງ່າ
ທຸງລາວສູງພຽງຟ້າ ເບັ່ງອ້າບາລະມີ
ຄວາມດີຈາລຶກໄວ້ ຍັງຈຳຈື່ບໍ່ມີສູນ
ຂໍເທີດທູນບຸນຄຸນພັກ ທົ່ວປະຊາຂໍນອບນ້ອມ
ຂໍຖະໜອມບຸນຄຸນເຈົ້າ ໃຫ້ໝັ້ນຄົງສະຖຽນທ່ຽງ
ຄຽງຄູ່ດິນແລະຟ້າ ທົ່ວຫຼ້າປັດຕະພີ ເຈົ້າເອີຍ
ກອນປະກອບບົດຟ້ອນເທີດທູນບຸນຄຸນພັກໄດ້ລາງວັນທີ 1 ທົ່ວວິທະຍາໄລຄູບ້ານເກິນ
ไม่มีความคิดเห็น:
แสดงความคิดเห็น