ກອນແປດ
ຄວາມທຸກຂອງແມ່
ໂດຍ: ບຸນພອນ ແກ້ວມະນີວົງ
● ຄຳວ່າແມ່ ສຸດແຄນ ແສນລຳບາກ
ຍອມທຸກຍາກ ໃຫ້ລູກຊາຍ ໄດ້ຮຽນສູງ
ຈິດໃຈໝັ້ນ ໃຫ້ລູກຕົນ ເຖິງຫຼັກທຸງ
ຄອຍພະຍູງ ເປັນເສົາຄ້ຳ ກຳແມ່ເອີຍ
● ເຖິງຍາມນອນ ແມ່ນອນ ບໍ່ຫົ່ມຜ້າ
ໃຫ້ບຸດຕາ ຜ້າຫົ່ມ ພົມຜືນໜາ
ຄອຍໄລ່ຍຸງ ໄລ່ຮີ້ນ ກ່ອມດວງຕາ
ພາວະນາ ໃຫ້ລູກນີ້ ໄດ້ຢູ່ເຢັນ
● ເວນກຳໃດ ລູກຊາຍ ສັງດື້ດ້ານ
ບໍ່ເອົາການ ຮຽນຮ່ຳ ຕາມແມ່ຫວັງ
ເຂົ້າຮ້ານນ້ອຍ ໄຟແສງສີ ມືດລຸງລັງ
ຊີວິດພັງ ຍ້ອນເສບຢາ ບ້າໂຕດຽວ
● ທຽວຂໍເງິນ ນຳແມ່ ບໍ່ໄດ້ຂາດ
ສຸດຈະບາດ ດວງໃຈ ແມ່ໜັກໜາ
ແມ່ຫາເງິນ ດ້ວຍຢາດເຫື່ອ ລ້ຽງເຈົ້າມາ
ເຈົ້າຕິດຢາ ໂອນ້ຳຕາ ແມ່ຫຼັ່ງລິນ
● ສິ້ນແລ້ວນໍ ອະນາຄົດ ຂອງລູກຫຼ້າ
ຄອຍເສບຢາ ຂໍເງິນແມ່ ບໍ່ຖະໜອມ
ແມ່ບໍ່ໃຫ້ ຂົ່ມເຫງແມ່ ຈຳຕ້ອງຍອມ
ຕີຕ່ອຍພ້ອມ ທັງຂ້າຟັນ ແມ່ມານດາ
● ແມ່ຕາຍແລ້ວ ທາງລູກຊາຍ ຍັງສືບຕໍ່
ບໍ່ຄິດພໍ້ ເຖິງຄຳສອນ ແມ່ເລີຍໜາ
ແຕ່ລະມື້ ທຽວປຸ້ນຈີ້ ຊາວປະຊາ
ຍ້ອນຢາບ້າ ຂ້າແມ່ຕົນ ໄດ້ລົງຄໍ
● ໂອລະນໍ ທາງແມ່ ແສນໂສກເສົ້າ
ສຸດຫງ່ວມເຫງົາ ຢູ່ໃນໂລກ ອັນໝົ່ນໝອງ
ບໍ່ເຄີຍແຄ້ນ ຫຼືໂກດເຄືອງ ຄອຍປະຄອງ
ລູກໃນທ້ອງ ຈະລືມສິ້ນ ໄດ້ຢ່າງໃດ...