วันศุกร์ที่ 25 พฤศจิกายน พ.ศ. 2559

ກອນແປດ

                           ຕົ້ນໄມ້ຂອງຊາຍສວນ

                                        ໂດຍ: ບຸນພອນ ແກ້ວມະນີວົງ

   ▪ໂອດອກໄມ້             ງົດງາມ               ດູສະຫວາດ
    ມິບັງອາດ                ເດັດດອມ          ຕາມປະສົງ
    ຈິດໃຈຫວັ່ນ            ເຝົ້າຝັນ               ພະວາວົງ
    ຫາອານົງ                 ດອກໄມ້             ໃນດວງຕາ
   ▪ການເວລາ              ຜ່ານພົ້ນ              8ເດືອນກ່ວາ
    ດີຫຼືຊົ່ວ                   ຮ່ວມກັນຜ່ານ     ຕາມໃຈຫວັງ
    ແມ້ເສັ້ນທາງ           ທຸເລ                   ຮົກລຸງລັງ
    ຍັງຖາກຖາງ            ຖະໜອມ           ຖ່ອມວາຈາ
   ▪ໂອຄວາມຮັກ          ຂອງຊາຍ            ຕໍ່ດອກໄມ້
    ບໍ່ເສື່ອມຄາຍ          ເລືອນລາງ           ຈາງຫ່າງເຫີນ
    ຍັງໝັ້ນຄົງ              ທຸກຄັ້ງ                ແມ້ກ້າວເດີນ
    ຄອຍແຕ່ງເຕີມ       ດອກຮັກ             ໃນດວງໃຈ
  ▪ມີມື້ໜຶ່ງ                  ມີຄຳສັ່ງ               ຈາກນາງຟ້າ
    ໃຫ້ລົງມາ               ຕັດມະລິ              ຂອງຊາຍສວນ
    ຈິດໃຈຫວັ່ນ           ວ້າງເວ                 ຈົນພະຈວນ
    ໂອຊາຍສວນ          ຈະຄົງຢູ່               ໄດ້ຢ່າງໃດ
   ▪ເມື່ອຕັດແລ້ວ         ສາຍໃຍ               ຄົງຕ້ອງຂາດ
    ມິບັງອາດ               ຂັດຂືນ                ຕາມໃຈໝາຍ
    ເຮົາຜູ້ນ້ອຍ             ຕ້ອງເຊື່ອຟັງ        ຄຳເຈົ້ານາຍ
    ເພິ່ນສັ່ງໄວ້              ເຮົາຕ້ອງທຳ         ຕາມບັນຊາ
   ▪ໃຈຊາຍສວນ         ຢາກໂອບກອດ     ດອກໄມ້ໄວ້
    ແຕ່ລະອາຍ            ຄົນປູກ                ເພິ່ນຮັກສາ
    ເຮົາພຽງຄົນ           ບົວລະບັດ           ໜ້ອຍເວລາ
    ໝົດປັນຍາ            ຈະຮັກສາ            ດອກໄມ້ງາມ
   ▪ຈຶ່ງມາທ່ອງ            ຄຳວ່າ                  ເສຍສະຫຼະ
    ເພາະເວລາ            ເຮົາລ້ຽງດູ           ໜ້ອຍກ່ວາເຂົາ
    ຕ້ອງຍອມແພ້        ຄົນປູກ                ອົດທົນເອົາ
    ເພາະເຮົາພຽງ       ຄົນແຕ່ງເຕີມ         ເສີມເວລາ...

 
ເຂົ້າໄປເບິ່ງກອນແບບຕ່າງໆໄດ້ທີ່ນີ້
                                         bounphone.blogspot.com

วันเสาร์ที่ 19 พฤศจิกายน พ.ศ. 2559

ກອນອັກສອນສັງວາດ(ສັງວາດສະຫຼະ)

                          ສານຮັກເຖິງຍິງ

                                  ໂດຍ: ບຸນພອນ ແກ້ວມະນີວົງ

   ຊາຍຂໍວາຈາຕ້ານ                ສານຮັກຈາກຍິງສາວ
ບ່າວຂໍໄຂວາຈາ                      ຕໍ່ພະນາງທາງນັ້ນ
ເຖິງວັນເດືອນເຄື່ອນຍ້າຍ       ໃຈຊາຍບໍ່ເຄີຍປ່ຽນ
ຖະໜອມພຽນທ່ຽງໝັ້ນ         ນິລັນເທົ້າຊົ່ວຊີວີ.
   ໃນພະໄທພີ່ນີ້                      ບໍ່ມີສິ່ງບັນດານຈິດ
ຄິດອາໄລໄຝ່ຫາ                     ລູກປະຊາຊາວເຊື້ອ
ເໜືອຄຳບັນຍາຍໄວ້               ປະພັນກອນຊ້ອນວາດ
ປະກາດແປງແຕ່ງແຕ້ມ       ສະແຫວງໄວ້ຄູ່ຊູ່ອັນ ກ່ອນນາ.
  ຊາຍຂໍວາຈາເວົ້າ              ປະພັນສານເປັນບົດກອນ
ອອນຊອນເດແອວບາງ         ຮູບງາມນາມລົ້ນ
ຄົນວົນວຽນຮ່ວມຫ້ອງ         ນວນລະອອງຄອງຄູ່
ຢູ່ຄູ່ດິນຄູ່ຟ້າ                       ນະພາກ້ວາງສ່ວາງມະໂນ.
   ອັນວ່າຕົວພີ່ນີ້                  ບໍ່ມີສິ່ງພັນອັນ
ບໍ່ມີພັນລາຄາ                      ເງິນຄຳກຳແກ້ວ
ແນວວ່າຊາຍໃຈໝັ້ນ           ບໍ່ມີອັນປານປຽບ
ແມ່ນຊິທຽບປຽບຟ້າ          ນະພາກ້ວາງກໍ່ບໍ່ປານ ດອກນາ.

ກອນອ່ານແບບບັງຄັບ

                         ຄອຍສາວກັບຖິ່ນ

                                     ໂດຍ: ບຸນພອນ ແກ້ວມະນີວົງ

   ຍາມໜາວມາຮອດແລ້ວ      ຈິດໃຈໝົ່ນທະລາຍໝອງ
ກະແສຟອງລົມໜາວ             ຖະຫຼົ່ມກາຍມະໂນແມ້ງ
ຖະແຫຼງເປັນຄຳເວົ້າ               ປະພັນກອນປະກາດຂ່າວ
ປ່າວຫານົງນາດນ້ອງ              ໃຫ້ຄືນບ້ານຖິ່ນເດີມ
   ກັບມາເຕີມກໍ່ຕັ້ງ                ບ້ານເກີດຖິ່ນອຸທອນ
ໃຈຊາຍໝາຍຄຽງໝອນ        ໝ່ອມພະນາງທາງເຈົ້າ
ມີສອງເຮົາຮ່ວມສ້າງ             ທາງຊາຍໝາຍດັ່ງວ່າ
ມີນ້ອງມາແນບຂ້າງ              ຄຽງຄ້ຳຄູ່ປະຄອງ  ວ່ານາ
   ເວລາບໍ່ຄອຍຖ້າ                ປຽບດັ່ງນ້ຳບໍ່ຄອຍປາ
ການດາໄປຢູ່ໃສ                    ບໍ່ຕ່າວຄືນເມືອງບ້ານ
ຫຼືນົງຄານລືມກ້ຳ                  ດິນນາສວນຕາໄຮ່
ນາງຈຶ່ງໄລປ່ອຍຖິ້ມ             ຄືເຫຍື້ອຝຸ່ນທຸລີ
   ໃຈພີ່ຄິດຄ່ຳຄ້ອຍ             ຄອຍຄ່ຳຄະນິງຫາ
ນະພາບານເບີຍສີ                ບໍ່ປ່ຽນໄປຕາມນັ້ນ
ຄວາມສຳພັນພີ່ຊາຍນີ້          ບໍ່ມີອັນປຸນປຽບ
ທຽບແຜ່ນດິນແຜ່ນຟ້າ        ສະຖຽນໝັ້ນໝື່ນປີ  ພຸ້ນແລ້ວ.

ກອນສັບພະສອດ(ທຽມແອກ)

                     ສັນທະສິນສອນຄົນ

    ສັນທະສິນສົມຊື່ຕັ້ງ         ແຕ່ປາງກ່ອນເລື່ອງກອນ
ທັງກາບໂຄງແລະສານ           ຊື່ສຽງບໍ່ສູນສ້ຽງ
ກອນຂັບກອນລຳພ້ອມ         ກອນຜະຫຍາປູ່ຍ່າ
ສັນທະສິນເບັ່ງອ້າ                ຜະຫຍາກ້ຽວກ່ອມກຽວ
   ດຽວນີ້ ກະວີເດັ່ນກ້ວາງ      ລືຊ່າໝູ່ປະຊາ
ພາສິດມີຫຼວງຫຼາຍ                ໝູ່ຄົນພຽນຄົ້ນ
ສົນລະວົນປະດິດສ້າງ            ບົດກອນເສຍກ່ອນ
ເພື່ອເອົາມາເອກອ້າງ              ເສີມສ້າງຕື່ມສາງ   ວ່ານາ
    ເວລາ ເລີຍຜ່ານພົ້ນ           ຄົນໃໝ່ຍຸກສະໄໝ
ບໍ່ເຂົ້າໃຈບົດກອນ                 ທີ່ເພິ່ນສອນພຽນຊ້ອນ
ເລີຍເອົາກອນມາຕັ້ງ              ຮຽນຄືນເປັນຄື່ນ
ຟົດຟື້ນມ່ວນຊື່ນແທ້              ຈົນເມີ່ປ່ວງລະເມີ
   ມາເດີ ພວກໜຸ່ມນ້ອຍ         ຊາວໜຸ່ມຊຸມນຸມ
ຕະລຸມບອນສ້າງສາ               ສັນທະສິນບໍ່ໃຫ້ສິ້ນ
ໃຫ້ຍືນຍົງຍິ່ງໝັ້ນ                  ພັນປີບໍ່ປີ້ປົ່ນ
ໃຫ້ທຸກຄົນຮັບຮູ້               ຜະຫຍາຄົ້ນສອນຄົນ ຫັ້ນແລ້ວ.
                           

                                  ໂດຍ: ບຸນພອນ  ແກ້ວມະນີວົງ.