ສັນທະສິນສອນຄົນ
ສັນທະສິນສົມຊື່ຕັ້ງ ແຕ່ປາງກ່ອນເລື່ອງກອນ
ທັງກາບໂຄງແລະສານ ຊື່ສຽງບໍ່ສູນສ້ຽງ
ກອນຂັບກອນລຳພ້ອມ ກອນຜະຫຍາປູ່ຍ່າ
ສັນທະສິນເບັ່ງອ້າ ຜະຫຍາກ້ຽວກ່ອມກຽວ
ດຽວນີ້ ກະວີເດັ່ນກ້ວາງ ລືຊ່າໝູ່ປະຊາ
ພາສິດມີຫຼວງຫຼາຍ ໝູ່ຄົນພຽນຄົ້ນ
ສົນລະວົນປະດິດສ້າງ ບົດກອນເສຍກ່ອນ
ເພື່ອເອົາມາເອກອ້າງ ເສີມສ້າງຕື່ມສາງ ວ່ານາ
ເວລາ ເລີຍຜ່ານພົ້ນ ຄົນໃໝ່ຍຸກສະໄໝ
ບໍ່ເຂົ້າໃຈບົດກອນ ທີ່ເພິ່ນສອນພຽນຊ້ອນ
ເລີຍເອົາກອນມາຕັ້ງ ຮຽນຄືນເປັນຄື່ນ
ຟົດຟື້ນມ່ວນຊື່ນແທ້ ຈົນເມີ່ປ່ວງລະເມີ
ມາເດີ ພວກໜຸ່ມນ້ອຍ ຊາວໜຸ່ມຊຸມນຸມ
ຕະລຸມບອນສ້າງສາ ສັນທະສິນບໍ່ໃຫ້ສິ້ນ
ໃຫ້ຍືນຍົງຍິ່ງໝັ້ນ ພັນປີບໍ່ປີ້ປົ່ນ
ໃຫ້ທຸກຄົນຮັບຮູ້ ຜະຫຍາຄົ້ນສອນຄົນ ຫັ້ນແລ້ວ.
ໂດຍ: ບຸນພອນ ແກ້ວມະນີວົງ.
Lucky 15 Casino - MapyRO
ตอบลบFind casinos 나비효과 in 바카라 총판 Loto, CA near San Diego 경산 출장안마 and Save big with MOHEGANERO. Lucky 15 Casino is a combination 삼척 출장마사지 of slot machines and 포천 출장샵 table games, including blackjack, craps,